ສະບັບຮ່າງ: ເນື້ອຫາໜ້ານີ້ລໍຖ້າກວດກ່ອນເປີດບໍລິການ
ເງື່ອນໄຂການນຳໃຊ້
ອັບເດດລ່າສຸດ 19 ຕຸລາ 2026
OpenMe ເປັນບໍລິການສ້າງບັດອວຍພອນອອນລາຍ ທີ່ສົ່ງໃຫ້ຄົນຮັບເປັນລິ້ງ. ການຈ່າຍເງິນສ້າງບັດຖືວ່າທ່ານຍອມຮັບເງື່ອນໄຂເຫຼົ່ານີ້.
ລິ້ງແກ້ໄຂບັດ
- ທ່ານບໍ່ຕ້ອງສະໝັກສະມາຊິກ. ລິ້ງແກ້ໄຂແມ່ນກະແຈຂອງບັດ ໃຜມີລິ້ງນີ້ກໍແກ້ບັດໄດ້ ກະລຸນາຢ່າສົ່ງໃຫ້ຄົນອື່ນ.
- ຖ້າລືມລິ້ງ ຂໍລິ້ງໃໝ່ໄດ້ທາງອີເມວທີ່ໃຊ້ຕອນຈ່າຍເງິນ. ລິ້ງເກົ່າຈະໃຊ້ບໍ່ໄດ້ອີກ.
ເນື້ອຫາໃນບັດ
- ຂໍ້ຄວາມ ຮູບ ແລະ ເພງໃນບັດເປັນຂອງທ່ານ. ທ່ານຕ້ອງມີສິດໃຊ້ຮູບ ແລະ ເພງທີ່ອັບໂຫຼດ.
- ຫ້າມໃຊ້ບັດເພື່ອສິ່ງທີ່ຜິດກົດໝາຍ ຂົ່ມຂູ່ ຫຼອກລວງ ຫຼື ລະເມີດຄົນອື່ນ. ພວກເຮົາອາດລະງັບບັດທີ່ລະເມີດເງື່ອນໄຂນີ້ໂດຍບໍ່ຄືນເງິນ.
ລາຄາ ແລະ ການຈ່າຍເງິນ
- ລາຄາເປັນເງິນກີບ ຈ່າຍຄັ້ງດຽວຕໍ່ບັດຜ່ານ QR. ລາຄາອາດປ່ຽນໄດ້ ແຕ່ບັດທີ່ຈ່າຍແລ້ວໃຊ້ລາຄາເດີມ.
- ບັດເຜີຍແຜ່ທັນທີຫຼັງພວກເຮົາໄດ້ຮັບເງິນ. ຖ້າຊື່ລິ້ງທີ່ເລືອກຖືກຄົນອື່ນໃຊ້ໄປກ່ອນ ລະບົບຈະຕັ້ງຊື່ໃກ້ຄຽງໃຫ້ ແລະ ແຈ້ງທາງອີເມວ.
ອາຍຸຂອງບັດ
- ແພັກເກດພື້ນຖານ ເປີດໄດ້ 180 ວັນນັບແຕ່ມື້ເຜີຍແຜ່. ພວກເຮົາຈະສົ່ງອີເມວເຕືອນກ່ອນໝົດອາຍຸ 14 ວັນ ແລະ 3 ວັນ.
- ແພັກເກດ Pro ບໍ່ໝົດອາຍຸ ຕະຫຼອດໄລຍະທີ່ OpenMe ຍັງໃຫ້ບໍລິການ.
- ບັດທີ່ໝົດອາຍຸຈະສະແດງໜ້າ "ບັດໝົດອາຍຸ" ແລະ ຮູບກັບເພງຈະຖືກລຶບຫຼັງໝົດອາຍຸ 30 ວັນ.
ການແກ້ໄຂບັດ
- ຫຼັງຈ່າຍເງິນ ທ່ານຍັງແກ້ເນື້ອຫາໄດ້ ຈົນເຖິງ 7 ວັນຫຼັງຄົນຮັບເປີດບັດຄັ້ງທຳອິດ. ຊື່ຜູ້ຮັບ ແລະ ຊື່ລິ້ງແກ້ບໍ່ໄດ້.
- ບັດທີ່ຍັງບໍ່ຈ່າຍເງິນ ແລະ ບໍ່ໄດ້ແກ້ໄຂ 30 ວັນ ຈະຖືກລຶບພ້ອມໄຟລ໌. ຖ້າມີອີເມວ ພວກເຮົາຈະເຕືອນກ່ອນ 7 ວັນ.
ຂອບເຂດຄວາມຮັບຜິດຊອບ
- ພວກເຮົາພະຍາຍາມໃຫ້ບໍລິການເປີດໄດ້ຕະຫຼອດ ແຕ່ອາດມີຊ່ວງທີ່ໃຊ້ບໍ່ໄດ້ຊົ່ວຄາວ.
- ພວກເຮົາອາດປັບປຸງເງື່ອນໄຂນີ້ ແລະ ຈະລະບຸວັນທີອັບເດດໄວ້ໃນໜ້ານີ້.